ຈຸດປະສົງ ແລະເປົ້າໝາຍ ພິມ

ໂດຍມີເຈດຕະນາຮັກສາ ຈຸດປະສົງດັ້ງເດີມ ຂອງ ມູນນິທິ ໄວ້ ມມສວ ຈຶ່ງດຳເນີນກິດຈະກຳ ຕ່າງໆ ທີ່ສອດຄ່ອງ ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກແລະລັດຖະບານ ກ່ຽວກັບການ ອະນຸຮັກ ມໍລະດົກທາງດ້ານວັດທະນະທັມ ແລະສົ່ງເສີມການສຶກສາຄົ້ນຄວ້າ ໃນຂົງເຂດພາສາ ວັນນະຄະດີ ດ້ວຍຫຼາຍຮູບການ ຄື:
- ສະໜັບສະໜຸນໃຫ້ທຶນຮອນແກ່ນັກສຶກສາ ນັກຄົ້ນຄວ້າໃນຂົງເຂດການສຶກສາ ແລະວັດທະນະທັມຄື: ພາສາ-ວັນນະຄະດີ, ສິລະປະການສະແດງ, ປະຫວັດສາດ ຮີດຄອງປະເພນີ  ສິ່ງແວດລ້ອມ…
- ອະນຸຮັກມໍລະດົກທາງວັດທະນະທັມ ທັງດ້ານວັດຖຸ ແລະ ດ້ານຈິດໃຈ
- ເຜີຍແຜ່ຜົນງານການຄົ້ນຄວ້າວັນນະຄະດີ ບົດຂຽນບົດແຕ່ງອັນດີເດັ່ນຂອງລາວ
- ສະໜັບສະໜຸນດ້ວຍວັດຖຸ ທຶນຮອນ ແລະຈິດໃຈ ນັກເຄື່ອນໄຫວ ອົງກອນ ທີ່ເຄື່ອນ ໄຫວທາງສັງຄົມ ວັດທະນະທັມ
- ປະກອບສ່ວນ ຮ່ວມມືກັບທຸກອົງກອນ ບຸກຄົນທີ່ມີເຈດຈຳນົງ ຈຸດປະສົງດຽວກັນ